
OUR MISSION AND VALUES
THE HEARTBEAT OF OUR BUSINESS
ຂ້າພະເຈົ້າຈື່ວ່າ ເວລາທີ່ຂ້າພະເຈົ້າອາຍຸປະມານ 13 ປີ, ພໍ່ຂອງຂອ້ຍ ເຄີຍບອກກັບຂ້ອຍວ່າ ຂ້ອຍຈໍາເປັນ ຕ້ອງດູແລ ແລະສົ່ງເສີມຊຸມຊົນ ຂອງຂ້ອຍ. ເພີ່ນເວົ້າວ່າ, "ຖ້າທ່ານບໍ່ສົນໃຈກັບຊຸມຊົນຂອງທ່ານ, ກໍ່ຢ່າ ກັງ ວົນໃຈເລີຍ, ຊຸມຊົນນີ້ ກໍ່ຈະມີຫຼາຍຄົນ ທີ່ເຂົ້າໄປພົວພັນເຮັດວຽກກັນ, ບາງສ່ວນ ຈະມາພ້ອມກັບຄວາມຕັ້ງ ໃຈທີ່ດີ ແຕ່ກໍບໍ່ແມ່ນດີ ທັງໝົດ. ທ່ານຈະພໍໃຈຫລໍືບໍ ຫາກໄດ້ຍິນພວກເຂົາອອກສຽງໃນນາມຕາງໜ້າທ່ານ ແລະທັງເປັນຕົວແທນໃຫ້ທ່ານ ໃນວິທີການ ທີ່ທ່ານບໍ່ເຫັນພ້ອມ ແລະຫລືເຫັນວ່າ ບໍ່ເຫມາະສົມ? ທ່ານຈະເຫັນໄດ້ວ່າ ພວກເຂົາ ບໍ່ໄດ້ຢູ່ໃນຊີວິດຕົວຈິງ ເທົ່າທີ່ປະສົບການຂອງທ່ານ ເຄີຍມີ ແລະທັງບໍໄດ້ແບ່ງ ປັນຄຸນຄ່າ ໃຫ້ແກ່ຊຸມຊົນຂອງທ່ານ ຄືກັບທ່ານຄຶດໄວ້ ຫຼືເຂົາອາຈບໍ່ເຂົ້າໃຈຄວາມຕ້ອງການ ຂອງຊຸມຊົນ ຄືທ່ານອີກຊ້ຳ, ສິ່ງເຫຼົ່ານີ້ ເຮັດບໍ່ໃຫ້ເກີດຄວາມໝາຍທ່ີດີ ແລະມັນອາຈບໍ່ແມ່ນສ່ິງທ່ີທ່ານຕ້ອງການ ຢາກໃຫ້ຊ່ວຍເຫຼືອ ອີກຊໍ້າ ກໍມີ. - Ekk
ເລື່ອງຂອງທ່ານ ມີຄວາມສໍາຄັນ, ພວກເຮົາເຂົ້າໃຈຄວາມກັງວົນ ຂອງທ່ານດີ ແລະຄວາມກັງວົນ ທີ່ມາພອ້ມກັບວິທີການ ຂອງການສຶກສາ ຢູ່ສະຫະລັດ. ພວກເຮົາ ເຂົ້າໃຈສິ່ງຂັດຂອ້ງ ທີ່ເກີດພອ້ມກັບການຄົ້ນຄວ້າ, ເຊິ່ງມັນມີສວ່ນກຽ່ວຂອ້ງ ກັບໂຮງຮຽນທີ່ເໝາະສົມ, ທັງໃນເຣຶ້ອງການເລືອກຫາໂຄງການທີ່ດີ, ພອ້ມກັບການຊອກ ຫາສະຖານທີ່ພັກ ທ່ີເໝາະສົມ ແລະ ທ່ານກໍ່ຮູ້ດີ ວ່າ ລະບົບການສຶກສາຂອງສະຫະລັດ ມີຄວາມຈຳເປັນ ກ່ຽວກັບສຸຂະພາບ ແແລະຄວາມປອດໄພ ຂອງຊີວິດນຳ.
ຫລາຍກວ່າ 20 ປີ ທ່ີພວກເຮົາ ມີການສິີດສອນ ແລະສົ່ງເສີມນັກຮຽນ ຕໍ່ໆມາ, ນີ້ແມ່ນຄໍາສັນຍາ ຂອງພວກເຮົາ ທ່ີມີຕໍ່ທ່ານ ຄືກັບຄອບຄົວຂອງທ່ານເອງ ເຊ່ິງໄດ້ຮັບການສະຫນັບສະຫນູນ ຢ່າງເອົາໃຈໃສ່ຈາກທ່ານພວກເຮົາ ຂໍຄວາມໄວ້ວາງໃຈຕ່ືມວ່າ ພວກເຮົາ ຕອ້ງການເສີມສ້າງຄວາມເຂັ້ມແຂງ ຕໍ່ຕື່ມໄປເລືອຍໆ ພວກເຮົາສັນຍາວ່າ ຈະດູແລຄວາມຕ້ອງການຂອງທ່ານ ແລະຈະໃຫ້ທ່ານ ມີຂໍ້ມູນທີ່ຖືກຕ້ອງ ແລະ ມີການຕິດຕໍ່ປະສານງານກັນໂດຍກົງ ໃຫ້ມີການສະຫນັບສະຫນູນ ໃຫ້ທັນກັບເວລາທ່ີທ່ານຕອ້ງການ.
Kathy's Academic Team Services International (KATSI) ມີຈຸດປະສົງ ເພື່ອໃຫ້ເຂົ້າໃຈງ່າຍໆແລະ ເຂົ້າເຖິງຜົນສໍາເລັດ ໂດຍຜ່ານການບໍລິການ ແລະການສະຫນັບສະຫນູນນັກສຶກສາ ໃນວິທີ ທີ່ດີທີ່ສຸດ ແລະໃນລາຄາທີ່ເໝາະສົມ ສໍາລັບນັກຮຽນໄທ ແລະນັກຮຽນລາວ ທີ່ສຶກສາຢູ່ໃນສະຫະລັດອາເມລິກາ.
ພວກເຮົາສະໜອງ: ຊຸມຊົນ, ຊັບພະຍາກອນ, ຄວາມຊຳນານຊ່ຽວຊານ, ແລະມີປະສົບການແລະການພົວພັນ ສື່ສານຢ່າງຕໍ່ເນື່ອງ.. ເມື່ອພວກເຮົາ ຕັ້ງໃຈສະຫນັບສະຫນູນນັກຮຽນ ດວ້ຍການສ້າງບັນຍາກາດ ຄວາມສະດວກສະບາຍ ແລະປອດໄພ ໃນການຮ່ຳຮຽນ, ສະນັ້ນ ພວກເຮົາ ກໍໄດ້ກະຕຽມຄນະຜູ້ນໍາ ໃນອະນາຄົດ ໂດຍມີແຜນສົ່ງເສີມ ໃຫ້ຄຳແນະນໍາ ແລະສົ່ງເສີມໂອກາດທີ່ດີ ທັງປັບປຸງວິທີການໃໝ່ໆ ເຊິ່ງຈະໄດ້ຮັບໃຊ້ທ່ານ ໃຫ້ໄດ້ຮຽນຮູ້ ທັກສະໃໝ່ໆ ອີກດວ້ຍ.

