
ໃຫ້ສືກສາໄປ ຕາມເສັ້ນທາງນີ້ ນຳກັນ
"Kathy’s Academic Team Services International (KATSI) provides ease of entrance, the highest quality of support, and ensures academic success through excellent student support services for international students dreaming of studying in the United States. Our care for you continues well after your arrival where your study truly begins. We want to ensure you are successful while you are here - let us walk this path together." - Kathy
ເປັນຫຍັງຈຶ່ງສຶກສາກັບ KATSI

ພວກເຮົາມີຄວາມຊໍານານໃນພື້ນທ່ີ (ທ້ອງຖິ່ນ)
ພວກເຮົາ ມີເວລາຫລາຍກວ່າ 20 ປີ ແຫ່ງປະສົບການຮ່ວ ມກັນ ໃນການສຶກສາ, ພວກເຮົາເປັນຜູ່ຊ່ຽວຊານ ໃນແຜນທ່ີຈະຊ່ວຍໃຫ້ທ່ານດຳເນີນ ກຽ່ວກັບເຣຶອງວິຊາການຕ່າງໆ ຂອງສະຫະລັດ!

ພວກເຮົາເວົ້າພາສາຂອງທ່ານ
ພາສາອັງກິດ, ໄທແລະລາວ - ພວກເຮົາສາມາດຊ່ວຍໄດ້!

ພວກເຮົາເອົາໃຈໃສ
ພວກເຮົາ ຈະໃຫ້ຄຳປຶກສາ
ຫາລື ແລະບໍລິການ ເຣຶ້ອງການເຮັດຄໍາຮ້ອງ ຫລືໃບສະໝັ ກ ແບບຟຣີໆ
KATSI ປະຕິບັດງານຕອບສະໜອງ ການບໍລິການແບບໂຄງການກວ້າງຂວາງ ໂດຍຖືເອົານັກຮຽນເປັນຈຸດ
ໃຈກາງ, ພວກເຮົາຢ້ງຢືນວ່າ ຈະບໍ່ມີບອ່ນໃດ ທ່ີມີບໍລິການສົ່ງເສີມນັກຮຽນຕ່າງປະເທດ ຢູ່ສະຫະລັດ ດີກວ່າ
ບອ່ນນີ້ ແລະ ພວກເຮົາຕັ້ງສຳນັກງານຢູ່ນະຄອນ Seattle,ລັດ ວໍຊິງຕັນ ແລະກໍມີຄວາມຮູ້ເລິກເຊິ່ງ ໃນ
ລະບົບການສຶກສາ ຢູ່ສະຫະລັດ ຄືຮູ້ຈັກລະບົບການສຶກສາ ຢູ່ສະຫະລັດ ດີຫລາຍ. ແລະທັງຮູ້ອີກວ່າ ສິ່ງທີ່ສໍາຄັນ
ທີ່ສຸດ ກໍ່ຄືຄວາມປອດໄພ ແລະຄວາມສໍາເລັດດ້ານວິຊາການ ຂອງນັກຮຽນ. ພວກເຮົາຖືເຣຶ້ອງນີ້ ແມ່ນຍອດ ຄວາມປາດຖະໜາ ຂອງພວກເຮົາ, ແລະພວກເຮົາ ຈະໃຫ້ການດູແລເບິ່ງແຍງ ຕິດຕາມທ່່ານ ຢ່າງຕໍ່ເນື່ອງ ແລະຈະມີແຜນໃຫ້ຄໍາປຶກສາແກ່ນັກຮຽນ ຕລອດເວລາທ່ີພັກອາໄສຮຽນ ຢູ່ໃນສະຫະລັດ ທ່ີນີ້. ພວກເຮົາ ເປັນຜູ້ປະກອບພາລະກິດ ອາຊີບແລະການດູແລ ແລະ ພວກເຮົາ ກໍມີຄວາມພາກພູມໃຈຕໍຄວາມ ສາມາດຂອງພວກເຮົາເອງ ໃນການຮັບປະກັນຄວາມສໍາເລັດ ຂອງນັກຮຽນ ແລະ ທັງມີຄວາມສາມາດ ໃນການເຮັດວຽກ ຮ່ວມກັນເພ່ືອນທີມງານ ທັງໝົດ ຕັ້ງແຕ່ການເລິ້ມເດີນທາງ ຂອງນັກຮຽນ ຈົນຮອດການຈົບການ ສຶກສາໃນລະດັບສາກົນ.

ຄູ່ມືການແນະນຳ ເປັນຂັ້ນຕອນ
Hover mouse over each STEP for INFORMATION

ທ່ີນີ້ ຈະເລີ່ມຕົ້ນ ດ້ວຍການໃຫ້ຄໍາປຶກສາ ແກ່ທ່ານຟຣີໆ. => ເພີ່ມໃສ່ກັບທີ່ປຶກສາ ແລະຜູ້ໃຫ້ຄໍາປຶກສາສ່ວນຕົວ ຂອງທ່ານ
ໃຫ້ຮູ້ຈັກກັນແລະກັນ => KATSI ຊ່ວຍໃຫ້ທ່ານໄດ້ຕັດສິນໃຈ ກ່ຽວກັບໂຄງການທີ່ດີ ແລະກຽ່ວກັບແຜນການໂຮງຮຽນ
ເມື່ອທ່ານໄດ້ຕັດສິນໃຈກ່ຽວກັບໂຄງການແລະໂຮງຮຽນ ດັ່ງນັ້ນແລ້ວ, KATSI ຈະປະສານງານ ກຽ່ວກັບການໄປມາ ຫລືການຂົນສົ່ງ ທັງໝົດ ພວກເຮົາ ກໍຈະຈັດເຮັດເປັນຕາຕະລາງເວລາ ຂອງລາຍການປະຕິບັດ ໂດຍອີງໄສ່ໄລຍະທ່ີກຳນົດໄວ້ ໃນສິ່ງເປັນດວ່ນ ຢ່າງເໝາະສົມ
KATSI ຈັດແຈງເອກະສານ ແລະແບບຟອມທັງໝົດ ທີ່ຕ້ອງການນໍາໃຊ້... ແລະພວກເຮົາ ກໍຈະກວາດເບິ່ງແບບຟອມໃບສະຫມັກ ທັງໝົດ ກ່ອນທີ່ຈະສົ່ງກັບຄືນໃຫ້ສະຖາບັນ.
KATSI ຈະຄຸ້ມຄອງຂະບວນວິທີນີ້ ດ້ວຍການດູແລແລະຮັບປະກັນເອກະສານທັງໝົດ ທີ່ໄດ້ຮັບຈາກໂຮງຮຽນ. ເມື່ອທ່ານຕັດສິນໃຈເຂົ້າໂຮງຮຽນ ບອ່ນໃດແລ້ວ ພວກເຮົາ ກໍຈະຕິດຕາມນຳ ເພື່ອໃຫ້ຮູ້ແນ່ນອນ ກຽ່ວກັບສະຖານທີ່ບອ່ນພັກເຊົາ ຂອງທ່ານ ຢູ່ໃນໂຮງຮຽນນັ້ນໆ.
ທີ່ຢູ່ອາໃສ: ພວກເຮົາຈະຮັບປະກັນໃຫ້ທ່ານເຂົ້າໃຈຢ່າງຄົບຖວ້ນ ກ່ຽວກັບສະຖານທີ່ ບອ່ນພັກອາສັຍ ຫລືທ່ີຢູ່ຂອງທ່ານ ໃນເວລາທີ່ກຳລັງສຶກສາຢູ່ ໃນສະຫະລັດ ແລະທັງສາມາດຊອກຫາບອ່ນເໝາະສົມໃຫ້.
KATSI ມີແຜນຈັດຕັ້ງແລະຕຽມການໃຫ້ທ່ານ ໂດຍຜ່ານຂະບວນວິທີ VISA => ແລະພວກເຮົາຈະຈັດການກວາດເບິ່ງຄໍາຮ້ອງ ໃນໃບສະໝັກ VISA ທັງໝົດ ກ່ອນທີ່ຈະ
ສົ່ງອອກໄປ =>
ເມື່ອໃດທີ່ VISA ຂອງທ່ານຖືກອະນຸມັດ ແລ້ວ, KATSI ຈະເຮັດກອງປະຊຸມໃຫ້ ເພ່ືອທ່ານ ຈະໄດ້ຕຽມການໄປມາ ໃຫ້ແລ້ວ ຢູ່ທີ່ນີ້ ກອ່ນຈະອອກເດີນທາງໄປສຶກສາ ຢູ່ໃນສະຫະລັດ.
ສະໜັບສະໜູນສືບຕໍ່: ພວກເຮົາຍັງມີບໍລິການຢ່າງຕໍ່ເນື່ອງ ເພື່ອຮັບປະກັນວ່າ ທ່ານໄດ້ຮັບການສະໜັບສະໜູນ ເໝາະສົມ ຫລືບໍ່ ໃນທ່ີນີ້ ຄືຈະກວາດເບິ່ງແຜນບໍລິການ ຂອງພວກເຮົາ ສໍາລັບການເບິ່ງແຍງ ຢ່າງ
ຕໍ່ເນື່ອງ ໃນເວລາຢູ່ອາເມລິກາ!

